ຫຼັກສູດ ແລະການສອນ
ຫຼັກສູດ
ການນຳສະເໜີ
ໂຮງຮຽນອະນຸບານ ແລະ ໂຮງຮຽນ ປະຖົມ ທັງສອງແມ່ນປະຕິບັດຕາມຫຼັກສູດຂອງຝຣັ່ງ, ນັກຮຽນເຂົ້າຮ່ວມ 24 ຊັ່ວໂມງກັບການສອນອາທິດລະສີ່ມື້ເຄີ່ງ. ນອກເໜືອຈາກນີ້ນັກຮຽນມີຊົ່ວໂມງຕໍ່ອາທິດຂອງກິດຈະກຳການສຶກສາທີ່ສະນັບສະໜູນ. ຊົ່ວໂມງພິເສດແມ່ນມອບໃຫ້ກິດຈະກຳພິເສດ ທີ່ເຮັດວຽກຮ່ວມກັນລະຫວ່າງເດັກນ້ອຍ ແລະ ຜູ້ໄຫຍ່ກວ່າເຊັ່ນ ການປຸງແຕ່ງອາຫານ. ຖ້າມີຊົ່ວໂມງເພີ່ມເຕີມແມ່ນຈະຖືກເພີ່ມເຂົ້າໃນຕາຕະລາງເພື່ອຈັດການຮຽນການສອນສ່ວນບຸກຄົນ.
ໃນໂຮງຮຽນມັດທະຍົມນັກຮຽນເຂົ້າຮ່ວມໃນແຜນການສອນປະຈຳອາທິດ 26 ຊົ່ວໂມງ. ຍັງປະຕິບັດຕາມຫຼັກສູດຂອງຝຣັ່ງສອງຊົ່ວໂມງຕໍ່ອາທິດຂອງການສິດສອນ
ແມ່ນມອດໃຫ້ທາງກິດຈະກຳຂອງໂຮງຮຽນທັງໝົດແລະ ຍັງມີແຜນການສອນພາສາສ່ວນບຸກຄົນ. ຊົ່ວໂມງການສອນທີ່ໃຊ້ເວລາໂດຍຜ່ານການຈັດການຂອງບຸກຄົນທີ່ອະນຸຍາດໃຫ້ປະຕິບັດແມ່ນປະຕິບັດຕາມຫຼັກສູດການສຶກສາຂອງພວກເຮົາ.
ໂຮງຮຽນອະນຸບານໄດ້ຈັດຕັ້ງການຮຽນ 5 ວິຊາຫຼັກຄື:
- ການຮຽນຮູ້ ແລະ ການໃຊ້ພາສາ
- ການຮຽນຮູ້ຜ່ານກິດຈະກຳພາລະສຶກສາ
- ການຮຽນຮູ້ຜ່ານກິດຈະກຳສິລະປະ
- ການພັດທະນາເຄື່ອງມືທຳອິດເພື່ອສ້າງຄວາມຄິດ
- ການຄົ້ນຫາໂລກ, ວັດທະນາທຳ ແລະ ປະເທດ
ໃນລະຫວ່າງປີທຳອິດຂອງການຮຽນນີ້ພວກເຮົາໄດ້ສຸມໃສການປັບປຸງບົດຮຽນໃຫ້ເໝາສົມກັບຄວາມຕ້ອງການຂອງເດັກນ້ອຍແຕ່ລະຄົນ ແລະ ການສ້າງສະພາບແວດລ້ອມທີ່ເດັກນ້ອຍອາໃສຢູ່ ແລະ ຮຽນຮ່ວມກັນ. ໜື່ງໃນຈຸດປະສົ່ງຕົ້ນຕໍຂອງພວກເຮົາແມ່ນເພື່ອເປັນກອບການສຶກສາທີ່ອະນຸຍາດໃຫ້ເດັກນ້ອຍໃນແຕ່ລະປີໄດ້ປະສົບຜົນສຳເລັດ, ມີຄວາມສຸກ ແລະ ມີສ່ວນຮ່ວມໃນການສຶກສາຄັ້ງທຳອິດ.
ລາຍລະອຽດສຳລັບໂປຼແກຼມ
ລະດັບສອງຈັດຕັ້ງການຮຽນໃນ 5 ວິຊາຫຼັກຄື:
- ການຄິດ ແລະ ການສືສານໂດຍໃຊ້ພາສາ
- ວິທີການ ແລະ ເຄື່ອງມືສຳລັບການຮຽນຮູ້
- ສຶກສາພົນລະເມືອງ
- ໂລກອ້ອມຕົວ
- ການຄົ້ນຫາໂລກ, ວັດທະນາທຳ ແລະ ປະເທດ
ຫົວຂໍ້ປະກອບມີ:
- ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ
- ສິລະປະ ແລະ ດົນຕີ
- ສຶກສາພົນລະເມືອງ
- ພາລະສຶກສາ
- ໂລກອ້ອມຕົວ
- ຄະນິດສາດ
ເດັກນ້ອຍທຸກຄົນຈະໄດ້ຮຽນທັງສາມພາສາເປັນພາສາທຳອິດ, ພາສາທີ່ສອງ ຫຼື ພາສາຕ່າງປະເທດ.
ຈຸດປະສົ່ງຕົ້ນຕໍຂອງ ລະດັບ 2 ຂອງພວກເຮົາແມ່ນເພື່ອແນະນຳໃຫ້ເດັກນ້ອຍແຕ່ລະຄົນຮູ້ວິທີການຮຽນຮູ້ ແລະ ສ້າງຄວາມເຊື່ອໜັ້ນຂອງແຕ່ລະບຸກຄົນໃນສະພາບແວດລ້ອມທີ່ມີຄວາມຕ້ອງການຂອງໂຮງຮຽນປະຖົມ.
ລາຍລະອຽດສຳລັບໂປຼແກມ
ລະດັບ 3 ຈັດຕັ້ງການຮຽນໃນ 5 ວິຊາຫຼັກຄື:
- ການຄິດ ແລະ ການສືສານໂດຍໃຊ້ພາສາ
- ວິທີການ ແລະ ເຄື່ອງມືສຳລັບການຮຽນຮູ້
- ສຶກສາພົນລະເມືອງ
- ໂລກອ້ອມຕົວ
- ການຄົ້ນຫາໂລກ, ວັດທະນາທຳ ແລະ ປະເທດ
ຫົວຂໍ້ປະກອບມີ:
- ພາສາຝຣັ່ງ, ພາສາລາວ ແລະ ພາສສາອັງກິດ
- ວັນນະຄະດີ
- ສິລະປະ ແລະ ດົນຕີ
- ປະຫວັດຂອງສີລະປະ
- ພາລະສຶກສາ
- ສຶກສາພົນລະເມືອງ
- ປະຫວັດສາດ
- ພູມສາດ
- ຄະນິດສາດ
- ວິທະຍາສາດ ແລະ ເທກໂນໂລຢີ
ເດັກນ້ອຍທຸກຄົນຈະໄດ້ຮຽນທັງສາມພາສາເປັນພາສາທຳອິດ, ພາສາທີ່ສອງ ຫຼື ພາສາຕ່າງປະເທດ
– ລະດັບ 3
ລະດັບ 4 ຈັດຕັ້ງການຮຽນໃນ 6 ວິຊາຫຼັກຄື:
- ການຄິດ ແລະ ການສືສານໂດຍໃຊ້ພາສາ
- ວິທີການ ແລະ ເຄື່ອງມືສຳລັບການຮຽນຮູ້
- ສຶກສາພົນລະເມືອງ
- ໂລກອ້ອມຕົວ
- ການຄົ້ນຫາໂລກ, ວັດທະນາທຳ ແລະ ປະເທດ
- ການຄົ້ນຄິດທີ່ສຳຄັນ
ຫົວຂໍ້ປະກອບມີ:
- ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ
- ວັນນະຄະດີ
- ສີລະປະດົນຕີ
- ປະຫວັດຂອງສີລະປະ
- ພາລະສຶກສາ
- ສຶກສາພົນລະເມືອງ
- ປະຫວັດສາດ
- ພູມສາດ
- ຄະນິດສາດ
- ຟີຊິກ ແລະ ເຄມີສາດ
- ຊີວະວິທະຍາ ແລະ ພູມສາດ
- ເທັກໂນໂລຢີ
ນັກຮຽນຈະໄດ້ຮຽນທັງສາມພາສາ ເປັນພາສາທຳອິດ, ພາສາທີ່ສອງ ຫຼື ພາສາຕ່າງປະເທດ
ລາຍລະອຽດສຳລັບໂປຼແກມ
– ລະດັບ 4
ວິຊາຄູ
ການນໍາສະເຫນີ
ໂຮງຮຽນຂອງພວກເຮົາແມ່ນບ່ອນທີ່ມີການຮຽນຮູ້ສັງຄັມທີ່ເຂັມແຂງ ມີການພົວພັນເຊີ່ງກັນ ແລະ ກັນເຊັ່ນວ່າການປຸງແຕ່ງອາຫານ, ກິດຈະກຳວິທະຍາສາດ, ການເຮັດສ່ວນຜັກ ແລະ ການອອກເດີນທາງປະຈຳອາທິດ, ເຮັດໃຫ້ນັກຮຽນໄດ້ມີໂອກາດໄດ້ຮຽນຮູ້ສັງຄົມ ແລະ ເປັນຜູ້ທີ່ມີຄວາມຫ້າວຫັນໃນການຮຽນຮູ້ຂອງພວກເຂົາເຈົ້າ. ກິດຈະກຳທັງໝົດເຫຼົ່ານີ້ແມ່ນສະຖານະການຕົງຈິງທີ່ຈະເຮັດໃຫ້ນັກຮຽນໄດ້ຮຽນຮູ້ພາສາເປັນພາສາທຳອິດ ແລະ ພາສາທີ່ສອງ ເຊີ່ງເປັນສ່ວນທີ່ສຳຄັນໃນການຮຽນຮູ້ພາສາ ແລະ ມັນມີບົດບາດສຳຄັນ.
ຄູສອນຂອງພວກເຮົາໃຊ້ການສອນຢູ່ຫ້ອງກັບນັກຮຽນໃນລະດັບທີ່ແຕກຕ່າງກັນ ແລະ ມີປະສົບການໃນການສອນຢູ່ຕ່າງປະເທດ ພວກເຮົາພັດທະນາການສຶກສາ ແລະ ເນື້ອໃນທີ່ສອດຄ່ອງກັບສະພາບການຂອງໂຮງຮຽນ ແລະ ສະພາບແວດລ້ອມຂອງພວກເຮົາ.
ພວກເຮົາຍັງມີຄຸນສົມບັດທີ່ຈະສອນພາສາເຂົາເຈົ້າເປັນພາສາຕ່າງປະເທດ, ພາສາທີ່ສອງຫຼືພາສາທີ່ໃຊ້ໃນໂຮງຮຽນ ພວກເຮົາຈື່ງມີຄວາມພ້ອມເຕັມທີ່ເພື່ອຕ້ອນຮັບ ແລະ ສ້າງຄວາມສະດວກໃຫ້ນັກຮຽນທີ່ແຕກຕ່າງກັນໃນພາສາທຳອິດ.
ພວກເຮົາຍັງໄດ້ເປີດກວ້າງ ແລະ ມີຫຼັກສູດທີ່ໜ້າສົນໃຈ ພວກເຮົາຍັງໄດ້ເອົາໃຈໃສຕໍ່ນັກຮຽນໃນແຕ່ລະມື້ໃນການຮຽນຮູ້ ແລະ ການລິເລີ່ມ, ການປະສານງານດ້ານຂໍ້ມູນເທັກໂນໂລຢີ ແລະ ການສືສານ, ການສຶກສາດ້ານສຸຂະພາບ ແລະ ສຶກສາພົນລະເມືອງ.
ອຸປະກອນການສອນຂອງພວກເຮົາ ແລະ ການຈັດຕັ້ງເວລາຂອງໂຮງຮຽນຢ່າງຕໍ່ເນື່ອງປະກອບສ່ວນເຂົາໃນການປະຕິບັດຄວາມຮູ້, ທັກສະ, ຄວາມສາມາດ ແລະ ທັດສະນະຕ່າງໆຕາມອາຍຸູຂອງນັກຮຽນ.
ພາສາ
ຈຸດປະສົ່ງສຳລັບໂຮງຮຽນຂອງພວກເຮົົົົາແມ່ນເພື່ອເອົາໃຈໃສສາມສີ່ງທີ່ຈຳເປັນ ແລະ ໜື່ງຄວາມເຕັມໃຈ:
- ຄວາມຈຳເປັນທີ່ຈະເຮັດໃຫ້ພາສາຟຣັ່ງເປັນບຸລິມະສິດຂອງໂຮງຮຽນຂອງພວກເຮົາ
- ຄວາມຈຳເປັນໃນການສ້າງໂຮງຮຽນຢູ່ໃນປະເທດເຈົ້າພາບ ແລະ ນຳໃຊ້ພາສາຂອງປະເທດນັ້ນເຂົ້າໃນຫຼັກສູດ
- ຄວາມຈຳເປັນໃນການສ້າງຄວາມສາມາດໃນພາສາອື່ນທີ່ໃຊ້ໃນລະດັບສາກົນເຊັ່ນພາສາອັງກິດ
- ຄວາມເຕັມໃຈທີ່ຈະຕ້ອນຮັບນັກຮຽນຕ່າງປະເທດໃນລະບົບພາສາຟຣັ່ງໃຫ້ພວກເຂົາມີສ່ວນຮ່ວມໃນຫຼັກສູດທີ່ເໝາສົມທີ່ສອນໃນພາສາທຳອິດຂອງພວກເຂົາ
ພວກເຮົາມີແຜນສຳລັບເດັກນ້ອຍທຸກຄົນໂດຍພິຈາລະນາຕາມພາສາ ແລະ ພື້ນຖານວັດທະນາທຳຂອງນັກຮຽນ ແຕ່ການຮຽນແມ່ນຢູ່ໃນປະເທດລາວ. ພວກເຮົາສ້າງຫຼັກສູດນີ້ກັບຄອບຄົວ. ຈາກການເລີ່ມຕົ້ນເຖີງບົດຮຽນທີ່ເຂັ້ມແຂງ, ອຸປະກອນພາສາທັງໝົດເຫຼົ່ານີ້ແມ່ນປະກອບສ່ວນເຂົ້າໃນການພັດທະນາຄວາມສາມາດດ້ານພາສາ ແລະ ວັດທະນາທຳທີ່ໄດ້ມາໃນລະດັບຕ່າງໆຂອງການຄວບຄຸມ.
ຫຼັກສູດສ່ວນບຸກຄົນຂອງພວກເຮົາແມ່ນປະສົມປະສານກັນນັກຮຽນທຸກຄົນໄດ້ມີການແລກປ່ຽນບົດຮຽນກັນທາງດ້ານພາສາ ແລະ ວັດທະນາທຳທຸກໆມື້, ລວມທັງວິໃນ ແລະ ການແບ່ງປັນພາສາລະຫວ່າງ:
- ການຮຽນຮູ້ພາສາທຳອິດ ແລະ ພາສາທີສອງ
- ວິຊາຮຽນສອນທັງພາສາທຳອິດ ແລະ ພາສາທີ່ສອງ
- ການເຮັດກິດຈະຮ່ວມກັນແມ່ນໃຊ້ທັງສາມພາສາ.
ຄູສອນມີປະສົບການໃນການສອນນັກຮຽນ,ມີຄຸນະພາບ, ມີຄວາມຮູ້ຄວາມສາມາດດ້ານວັດທະນາທຳທີ່ສົ່ງຜົນຕໍ່ການສຶກສາທາງດ້ານວັດທະນາທຳທີ່ເໝາະສົມ. ການຢູ່ຮ່ວມກັນທັງໝົດແມ່ນການເຮັດວຽກຂອງພວກເຮົາ. ເຊີ່ງມັນມີບົດບາດສຳຄັນຫຼາຍ.

Contact
Sitemap
Legal Notice
Offres d'emploi
CONTACT

Ban Khoy
Luang Prabang - B.P 114
06000 - Lao PDR.

+856(0) 2028169076
info@ef-lp.org