EFLP

ການລົງທະບຽນ
ຂໍ້ມຸນຕິດຕໍ່

ພວກເຮົາຮັບນັກຮຽນທຸກພາສາ

ມັນບໍ່ສຳຄັນວ່າພາສາທຳອິດຂອງລູກທ່ານແມ່ນພາສາຫຍັງ ຫຼື ເຂົາເຈົ້າເວົ້າໄດ້ພຽງແຕ່ພາສາດຽວເທົ່ານັ້ນ. ເມື່ອພວກເຂົາເລີ່ມຕົ້ນເຂົ້າໂຮງຮຽນ, ພວກເຮົາຈະຈັດໃຫ້ມີການສອນເຂັ້ມພິເສດເພື່ອສ້າງໃຫ້ມີຄວາມຄ່ອງແຄ້ວໃນພາສາຝຣັ່ງ, ພາສາອັງກິດ, ຫຼື ພາສາລາວ.

ເພື່ອໃຫ້ມີຄວາມຊໍານິຊໍານານ, ເດັກນ້ອຍຮຽນວິຊາຕ່າງໆໃນພາສາຝຣັ່ງ, ພາສາອັງກິດ, ແລະ ພາສາລາວ.

ພວກເຮົາສະເໜີສະພາບແວດລ້ອມທາງດ້ານພາສາທີ່ເລິກເຊິ່ງກັບພາສາຝຣັ່ງ, ອັງກິດ, ແລະ ລາວ (+ ພາສາຈີນສຳລັບຊັ້ນມັດທະຍົມ).

ກົດລະບຽບຂອງຂັ້ນຕອນ

 

ປະຕິທີນໂຮງຮຽນ 2023-2024

 

PDF

ການສຶກສານອກຫ້ອງຮຽນ

ພວກເຮົາບໍ່ພຽງແຕ່ຮຽນຢູ່ໃນຫ້ອງຮຽນເທົ່ານັ້ນ ແຕ່ພວກເຮົາຍັງໄດ້ຈັດການຮຽນ-ການສອນໂດຍການລົງມືປະຕິບັດຕົວຈິງເຊັ່ນ: ການເຮັດສວນ, ເກມຄິດໄລ່ທາງຄະນິດສາດ-ວິທະຍາສາດ ແລະ ການປຸງແຕ່ງອາຫານ.

ແລະ ກິດຈະກຳສ້າງສັນກັບວິຊາດົນຕີ ແລະ ສິລະປະກຳ.

ກິລາກາຍະກຳເປັນສ່ວນໜຶ່ງທີ່ສຳຄັນຫຼາຍຂອງແຕ່ລະໂຄງການຫຼັກສູດຂອງນັກຮຽນ ແລະ ພວກເຮົາມີຄູສອນວິຊາພາລະສຶກສາໃຫ້ກັບນັກຮຽນແຕ່ລະຊັ້ນ.

Ecole Francophone
de Luang Prabang

Ban Khoy
Luang Prabang
Lao PDR, 060000

© Copyright 2023 | EFLP - Ecole Francophone de Luang Prabang | Politique de confidentialité | Recrutement