ວິໍໍໍຊາການ
- ຫຼັກສູດພາສາຝະຮັ່ງ
- ອົງປະກອບທີ່ສຳຄັນຂອງຫຼັກສູດລາວ ແລະ
- ຈັດການຮຽນແຕ່ລະຄັ້ງຂື້ນກັບພາສາທຳອິດ
- ຄູພາສາທີ່່ມີຄຸນສົມບັດຄົບຖ້ວນສຳລັບແຕ່ລະພາສາ
ພາສາ
- ການສຶກສາຫຼາຍພາສາ ; ຝະຮັ່ງ,ລາວ ແລະ ອັງກິດ
- ຫຼັກສູດພາສາຕ່າງປະເທດ
- ການສອນພາສາແບບສົມບຸູນແບບ
ປະຫວັດສາດ
- ວິທີການຮຽນຮູ້ທີ່ສ້າງສັນ
- ເປັນຜູ້ນຳແລະເປັນພົນລະເມື່່່້ອງທີ່ດີ
- ຄວາມຄິດສ້່່າງສັນທີຄອບຄຸມ,ກິລາ ເເລະກິດຈະກຳນອກຫຼັກສູດ
- ການພັດທະນາເດັກທັງໝົດ
ການນໍາສະເຫນີ
ໂຮງຮຽນຟອງໂກໂຟນຫຼວງພະບາງແມ່ນໄດ້ເປີດຢ່າງເປັນທາງການໃນວັນທີ 1 ກັນຍາ 2014 ສະຖາບັນແຫ່ງນີ້ໄດ້ຖືກສ້າງຂື້ນເປັນການລິເລີ່ມຂອງເອກະຊົນ, ເພື່ອຈຸດປະສົ່ງໃນການຂະຫຍາຍມາດຕະຖານການສຶກສາຂອງຫຼວງພະບາງຕາມມາດຕະຖານທາງການຂອງກະຊວງສຶກສາທິການຂອງຝຣັ່ງ.
ທາງໂຮງຮຽນໄດ້ນຳສະເໜີການຂະຫຍາຍຕົວທາງດ້ານວິິຊາການໃຫ້ມີຫຼັກສູດຂອງລາວ ແລະ ຫຼັກສູດແຄມບິຼດ ( Cambridge ) . ກັບວິຊາທີ່ສອນໃນພາສາຟຣັ່ງ, ພາສາລາວ ແລະ ພາສາອັງກິດ. ຂື້ນກັບຈຳນວນນັກຮຽນທີ່ຫຼາຍຂຶ້ນ ແລະ ສະເໜີໃຫ້ນັກຮຽນມີການສຶກສາແບບຫຼາກຫຼາຍພາສາ ແລະ ຫຼາກຫຼາຍວັດທະນາທຳ.
ໃນໂຮງຮຽນອະນຸບານແມ່ນຈະຮັບເດັກນ້ອຍໂດຍບໍ່ມີເງື່ອນໄຂ.
ໃນໂຮງຮຽນປະຖົມ ແລະ ມັດທະຍົມການຮັບນັກຮຽນທີ່ເວົ້າພາສາຟຣັ່ງບໍ່ໄດ້ແມ່ນຈະໄດ້ຮັບການເບີ່ງແຍງໂດຍການສອນພາສາຟຮັ່ງ, ຖ້າວ່າຕ້ອງການຍາກຮຽນພາສາໃດໜື່ງ ພາສາລາວ ຫຼື ພາສາອັງກິດແມ່ນຂື້ນກັບການຮ້ອງຂໍ.

ຈຸດປະສົງຂອງພວກເຮົາ
ໂຮງຮຽນຂອງພວກເຮົາແມ່ນອົງການຈັດຕັ້ງທີ່ບໍ່ໄດ້ຫວັງຜົນກຳໄລ ສະມາຄົມພໍ່ແມ່ຂອງນັກຂອງໂຮງຮຽນຟອງໂກໂຟນຫຼວງພະບາງ (APEEFLP).
ຈຸດປະສົ່ງຕົ້ນຕໍຂອງພວກເຮົາແມ່ນເພື່ອການເປັນສະຖາບັນການສຶກສາທີ່ໄດ້ຮັບອະນຸມັດ ແລະ ຮັບຮອງໂດຍອົງການການສຶກສາຕ່າງປະເທດຂອງຝຣັ່ງ (AEFE). ເພື່ອຈຸດນີ້ພວກເຮົາໃຫ້ການສຶກສາທີ່ສອດຄ່ອງກັບຫຼັກສູດຂອງໂຮງຮຽນ. ກົດລະບຽບຂອງອົງການຈັດຕັ້ງ ແລະ ຈຸດປະສົ່ງການສອນໃນປະເທດຝຣັ່ງ ແລະ ເຜີຍແຜ່ໂດຍອົງການນີ້. ເພື່ອສະເໜີການຈັດການຂອງບຸກຄົນທີ່ມີການປະກອບທີ່ສຳຄັນຂອງຫຼັກສູດຂອງລາວ ແລະ ແຄມບິດ. ພວກເຮົາປະຕິບັດຕາມຄຳແນະນຳຢ່າງເປັນທາງການໃນການສ້າງລະດັບສາກົນ. ຄູອາຈານຂອງພວກເຮົາແມ່ນຜູ້ທີ່ມີຄຸນວຸດທິເຕັມທີ່ ແລະ ມີປະສົບການ ປາກເວົ້າພາສາທີ່ເປັນເຈົ້າຂອງພາສາທັງໝົດໃນພາສາທີ່ເຂົາເຈົ້າສອນ.
ສະມາຄົມຂອງພວກເຮົາ
ໂຮງຮຽນຂອງພວກເຮົາແມ່ນດຳເນີນການໂດຍສະມາຄົມທີ່ບໍ່ຫວັງຜົນກຳໄລທີ່ຈົດທະບຽນຢູ່ໃນປະເທດຟຣັ່ງ. ພໍ່ແມ່ຂອງນັກຮຽນທຸກຄົນເປັນສະມາຊິກຂອງສະມາຄົມ ແລະ ອາດຕັດສິນໃຈໃນການລົງທຶນພັດທະນາ ແລະ ການຄຸ່ມຄອງໂຮງຮຽນ. ໃນແຕ່ລະເທີມຮຽນພວກເຮົາໄດ້ມີການຈັດກອງປະຊຸມຂອງສະມາຊິກທັງໝົດ. ການຕັດສິນໃຈທີ່ສຳຄັນ ແລະ ການແຕ່ງຕັ້ງຄະນະກຳມະການຄຸ່ມຄອງແມ່ນຈະໄດ້ມີການລົງຄະແນນສຽງ.
ຄະນະກຳມະການຄຸ່ມຄອງ
ຄະນະກຳມະການຄຸ່ມຄອງປະກອບດ້ວຍ 3 ສະມາຊິກທີ່ເລືອກຕັ້ງຄື:
- ອຳນວຍການ
- ການເງີນ
- ເລຂານຸການ